ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາປະຊາຊົນແຂວງ ຈັດກອງປະຊຸມຮ່ວມກັບ ພະແນກສຶກສາທິ ການແລະກິລາແຂວງ -------***------
04/11/2026
ກອງປະຊຸມຮ່ວມລະຫວ່າງ ຄະນະກຳມະການວັດທະນະ ທຳ-ສັງຄົມ ແລະ ຊົນເຜົ່າ (ສພຂ) ກັບ ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 4 ພະຈິກ 2026 ນີ້, ທີ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາແຂວງ ພາຍໃຕ້ການເປັນປະທານຂອງທ່ານ ນາງ ວັນນາ ພົມວິສອນ ກໍາມະການພັກແຂວງ. ສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງທີ່ 7 ແຂວງໄຊຍະບູລີ ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ, ທ່ານ ອິນທີ ຈັນປະເສີດເຮີ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ມີຄະນະພັກ, ຫົວ ໜ້າ-ຮອງຫົວໜ້າຂະແໜງການທັງສອງພາກສ່ວນ ແລະ ຕະ ຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະກອງປະຊຸມທ່ານ ອິນທີ ຈັນປະເສີດເຮີ ກໍາມະ ການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາວ່າມາຮອດປະຈຸບັນເຫັນວ່າຍັງມີນັກຮຽນຄ້າງບ້ານ ທົ່ວແຂວງ ທັງໝົດ 3,744 ນ້ອງ, ຍິງ 1.818 ນ້ອງ ໃນນັ້ນປະຖົມ 254 ຄົນ, ຍິງ 118 ຄົນ, ມ.ຕົ້ນ 2,333 ຄົນ ຍິ່ງ 1.127 ຄົນ ແລະມ.ປາຍ 1.157 ຄົນ ຍິງ 573 ຄົນ.ແລະ ໄດ້ເຮັດໃຫ້ຈໍານວນນັກຮຽນທີ່ມາເຂົ້າຮຽນ ໃນແຕ່ລະຊັ້ນຮຽນຫຼຸດລົງ ໃນແຕ່ລະປີ, ອັດຕາເຂົ້າຮຽນ ແລະ ອັດຕາ ປະລະຂອງນັກຮຽນມີລັກສະນະທົດຖອຍ.ໃນນັ້ນຄູສອນ ຫຼຸດລົງໃນແຕ່ລະຊັ້ນຮຽນ, ຄຸນນະພາບການຮຽນ- ການສອນບໍ່ໄດ້ຕາມຄາດໝາຍທີ່ວາງ ໄວ. ຂາດການຝຶກອົບຮົມ ແລະ ການສົ່ງເສີມທາງດ້ານວິຊາການການຕິດຕາມຊຸກຍູ້ຜູ້ບໍລິຫານການສຶກສາຂັ້ນເມືອງ, ຂັ້ນໂຮງຮຽນ ຍັງບໍ່ທັນເປັນປົກກະຕິຕໍ່ເນື່ອງ ເຮັດໃຫ້ຜູ້ບໍລິຫານໂຮງຮຽນ ແລະ ຄູສອນຈຳນວນໜຶ່ງຖືເບົາຕໍ່ການປະຕິບັດໜ້າທີ່ວຽກງານ. ຕາມການເກັບກຳຂໍ້ມູນນັກຮຽນບໍ່ມາສະເໜີຊື່ເຂົ້າຮຽນໄລຍະເບື້ອງຕົ້ນທົ່ວແຂວງ ມີຈຳນວນ 7.039 ຄົນ, ຍິງ 3.255 ຄົນ. ມາຮອດປະຈຸບັນ ສາມາດລະດົມໄດ້ 4.211 ຄົນ, ຍິງ 1.899 ຄົນ ແລະ ຍັງມີນັກຮຽນຍັງຄ້າງບ້ານ 2.828 ຄົນ, ຍິງ 1.356 ຄົນ.ຈາກນັ້ນກອງປະຊຸມຍັງໄດ້ຜ່ານບົດບັນທຶກການປະສານງານຮ່ວມລະຫວ່າງຄະນະກຳມະການວັດທະນະ ທຳ-ສັງຄົມ ແລະ ຊົນເຜົ່າ (ສພຂ) ກັບ ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ເພື່ອເຮັດໃຫ້ການ ແລກປ່ຽນ, ການສະໜອງຂໍ້ມູນຂ່າວສານ ດ້ານເນື້ອໃນ, ທີອໍານວຍຄວາມ ສະດວກໃນການປະຕິບັດໜ້າທີ່ ວິຊາສະເພາະຂອງສອງ ພາກ ສ່ວນໃຫ້ມີຄວາມກົມກຽວ, ເປັນເອກະພາບ, ມີຄວາມຖືກຕ້ອງ, ພ້ອມນີ້ຍັງໄດ້ຮ່ວມ ເຊັນບົດບັນທຶກ ລະຫວ່າງ ຄະນະກໍາມະ ການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ກັບ ພະແນກສຶກສາ ທິການ ແລະ ກິລາແຂວງ, ຮ່ວມກັນອີກຕື່ມ.
# ພາບ-ຂ່າວ : ສພຂ

