ກອງປະຊຸມປຶກສາຫາລື ກ່ຽວກັບການສ້າງ ແລະ ປັບປຸງຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ. ....................***** ....................
26/08/2026
(ສພຂ)ໃນຕອນເຊົ້າຂອງວັນທີ 19 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການສ້າງ ແລະ ປັບປຸງຂໍ້ຕົກລົງຂອງ ປະທານຄະນະກຳມະການປົກຄອງແຂວງ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ກາວີ ເກດດົມລິ ກຳມະການພັກແຂວງ, ຮອງປະທານ ສພຂ, ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທຳ ມີຄະນະປະຈຳ ສພຂ, ປະທານ-ຮອງປະທານຄະນະກຳມະການ, ຄະນະຫ້ອງວ່າການ ສພຂ ພ້ອມດ້ວຍຜູ້ຕາງໜ້າຈາກພະແນກການ ແລະ ຂະແໜງ ການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຄວາມພ້ອມກ່ຽວກັບການສ້າງ ແລະ ປັບປຸງຮ່າງຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນແຂວງ ຈາກຕາງໜ້າພະແນກການ ເຊິ່ງປະກອບມີ: ພະແນກໂຍທາທິການ ແລະ ຂົນສົ່ງແຂວງ; ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ; ພະແນກເຕັກໂນໂລຢີ ແລະ ການສື່ສານແຂວງ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄວາມຄິດຄວາມເຫັນ ແລະ ແລກປ່ຽນທັດສະນະຢ່າງກົງໄປກົງມາ ຕໍ່ກັບຮ່າງຂໍ້ຕົກລົງດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນມີຄວາມລະອຽດ, ຈະແຈ້ງ, ສອດຄ່ອງກັບລະບຽບກົດໝາຍ ແລະ ເງື່ອນໄຂຄວາມເປັນຈິງ, ທັງນີ້ກໍ່ເພື່ອສ້າງໃຫ້ເປັນບ່ອນອີງອັນໜັກແໜ້ນ ແລະ ເປັນເຄື່ອງມືທາງດ້ານນິຕິກຳທີ່ສຳຄັນ ໃຫ້ແກ່ປະທານຄະນະກຳມະການປົກຄອງແຂວງ ໃນການຊີ້ນຳ-ນຳພາ ແລະ ຄຸ້ມຄອງການບໍລິຫານທ້ອງຖິ່ນໃຫ້ມີຄວາມສັກສິດ, ເປັນລະບຽບຮຽບຮ້ອຍ ແລະ ມີປະສິດທິພາບສູງຂຶ້ນໃນຕໍ່ໜ້າ.
#ພາບ-ຂ່າວ: ສພຂ ໄຊຍະບູລີ.

