ພິທີປະກາດການຈັດຕັ້ງ ແລະ ບຸກຄະລາກອນຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງໄຊສະຖານ .........................
14/05/2026
ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2026 ນີ້, ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງໄຊສະຖານ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ບຸກຄະລາກອນ ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊສະຖານ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນ ແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມມີບັນດາເລຂາພັກເມືອງ, ຄະນະກໍາມະການປົກຄອງເມືອງ, ກໍາມະການພັກເມືອງ, ສະມາຊິກສະພາປະຊາ ຊົນແຂວງ ຊຸດທີ V, ມີຫົວຫນ້າ, ຮອງຫົວຫນ້າ ຫ້ອງການ, ກົມກອງ, ພະນັກງານຫຼັກແຫຼ່ງ ຂອງເມືອງ ແລະ ພະນັກງານອາວຸ ໂສບໍານານ ອ້ອມຂ້າງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂດຍປະຕິບັດຕາມຄໍາແນະນໍາ ຂອງຄະນະປະຈໍາ ສະພາແຫ່ງຊາດ ສະບັບເລກທີ 19/ຄປຈ.ຊຍ, ລົງວັນທີ 26 ສິງຫາ 2025 ແລະ ຄໍາແນະນໍາຂອງຄະນະປະຈໍາສະພາປະຊາຊົນແຂວງ ເລກທີ 67/ຄປຈ.ຊຍ; ໃນພິທີທ່ານ ນາງ ສູນທະລາ ແສນຄໍາ ຫົວໜ້າຂະແໜງຈັດຕັ້ງ ແລະ ກວດກາ ໄດ້ຜ່ານມະຕິ ຂອງຄະນະປະຈໍາສະພາປະຊາ ຊົນແຂວງ ວ່າດ້ວຍການສ້າງຕັ້ງກົງຈັກຂັ້ນເມືອງ ສະບັບເລກທີ 41/ຄປຈ.ຊຍ, ລົງວັນທີ 30 ເມສາ 2026; ມະຕິ ຂອງຄະນະປະຈໍາສະພາປະຊາ ຊົນແຂວງ ວ່າດ້ວຍການແຕ່ງຕັ້ງຫົວໜ້າ ຄະນະສະມາ ຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ສະບັບເລກທີ 47/ ຄປຈ.ຊຍ, ລົງວັນທີ 30 ເມສາ 2026; ຄະນະປະຈໍາສະພາປະຊາຊົນແຂວງ ຕົກລົງ ແຕ່ງຕັ້ງ ທ່ານ ພັທ ພອນສະ ຫວັນ ວໍລະສັກ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊສະຖານ ແລະ ມະຕິວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ສະບັບເລກທີ 48/ຄປຈ.ຊຍ, ລົງວັນທີ 30 ເມສາ 2026 ຕົກລົງ ແຕ່ງຕັ້ງ ທ່ານ ນາງ ພັດສະດົງ ອາລຸນ ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊສະຖານ ແລະ ຜ່ານມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ສະບັບເລກທີ 64/ຄປຈ.ຊຍ, ລົງວັນທີ 12 ພຶດສະພາ 2026 ເພື່ອແຈ້ງໃຫ້ບັນດາຜູ້ທີ່ຖືກແຕ່ງຕັ້ງ ແລະ ບັນດາຜູ້ທີ່ເຂົ້າຮ່ວມໄດ້ເຂົ້າໃຈຕື່ມ ແລະ ພ້ອມທັງເປັນການຜັນຂະຫຍາຍມະຕິດັ່ງກ່າວໄດ້ຮັບຮູ້ ແລະ ເຂົາໃຈຢ່າງເລິກເຊິ່ງ ແລະ ເພື່ອຮັບປະ ກັນໃຫ້ແກ່ການ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະສະມາ ຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນ. ຈາກນັ້ນ ທ່ານ ພັທ ພອນສະຫວັນ ວໍລະສັກ ກໍາມະການພັກແຂວງ, ເລຂາຄະນະບໍລິ ຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊສະຖານ ຕາງໜ້າຄະນະໄດ້ຂຶ້ນຮັບຄໍາໂອວາດ ແລະ ພ້ອມທັງປະຕິຍານ ແລະ ໃຫ້ຄໍາໝັ້ນສັນຍາຕົນ ຕໍ່ການປະຕິບັດໜ້າທີ່ວຽກງານໃນຄັ້ງນີ້ໃຫ້ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານທີ່ໄດ້ຮັບການມອບອັນສົມກຽດນີ້ໃຫ້ດີຂຶ້ນເປັນກ້າວໆ.
ໂດຍ ສະພາປະຊາຊົນແຂວງ

