ພິທີປະກາດການຈັດຕັ້ງ ຂອງສະພາປະຊາຊົນແຂວງ ..................................

12/05/2026

ພິທີປະກາດການຈັດຕັ້ງ ຂອງສະພາປະຊາຊົນແຂວງ ..................................

ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2026 ນີ້ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄຊຍະບູລີ ໄດ້ຈັດພິທີປະກາດການຈັດ ຕັ້ງ ພາຍໃນສະພາປະຊາຊົນແຂວງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ກາວີ ເກດດົມລິ ກໍາມະການພັກແຂວງ, ຮອງປະ ທານ ສະພາປະຊາຊົນແຂວງ ມີບັນດາຄະນະປະຈໍາສະພາປະຊາຊົນແຂວງ, ປະທານ, ຮອງປະທານຄະນະກໍາມະການ, ຄະນະຫ້ອງວ່າການສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງການ ຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ເສັງວິໄລ ສົງ ຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ ໄດ້ຜ່ານມະຕິຂອງຄະນະປະຈຳສະພາປະຊາຊົນແຂວງ ວ່າດ້ວຍການ ແຕ່ງຕັ້ງ ຮອງປະທານຄະນະກໍາມະການ ແລະ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ, ສະບັບເລກທີ 04/ຄປຈ.ຊຍ, ລົງວັນທີ 30 ເມສາ 2026 ເຊິ່ງມີ: ທ່ານ ພັທ ບຸນມາ ວາລະສິງ ແລະ ທ່ານ ສົມນຶກ ສີສະຫວັນ ເປັນຮອງປະທານ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ທ່ານ ສົມຊາຍ ແກ້ວບົວ ແລະ ທ່ານ ນາງ ສັງຄີ ພົງພັນ ເປັນຮອງປະທານ ຄະນະກໍາມະການ ເສດຖະກິດ, ການເງິນ ແລະ ສິ່ງ ແວດລ້ອມ; ທ່ານ ນາງ ບົວຄໍາ ສີສະວົງຊົງ ແລະ ທ່ານ ວິໄລເດດ ພົມມະເທບ ເປັນຮອງປະທານ ຄະນະກໍາມະການ ວັດທະນະ ທໍາ-ສັງຄົມ, ບັນດາເຜ່ົາ ແລະ ສາສະໜາ; ທ່ານ ວັນຊອນ ພອນວິໄລ, ທ່ານ ຄອນປະສິດ ສຸນາເຄນ, ທ່ານ ຄໍາປະດິດ ລິນທະວົງ ແລະ ທ່ານ ນາງ ສົມຈິດ ແສງສີວົງ ເປັນຮອງຫົວໜ້າຫ້ອງວ່າ ການ ສະພາປະຊາຊົນແຂວງ ແລະ ຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການໂຮມກົງຈັກ ຂະແໜງການພາຍໃນສະພາປະຊາຊົນແຂວງ, ສະບັບເລກທີ 05/ຄປຈ.ຊຍ, ລົງວັນທີ 30 ເມສາ 2026 ເຊິ່ງໄດ້ໂຮມ ແລະ ສ້າງຕັ້ງຂະແໜງການ ຄື: ຂະແໜງນິຕິກໍາ ແລະ ຍຸຕິທໍາ ໂຮມກັບ ຂະແໜງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຂະແໜງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທໍາ; ຂະແໜງແຜນການ, ການເງິນ ແລະ ການກວດສອບ ໂຮມກັບ ຂະແໜງ ເສດຖກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເປັນຂະແໜງເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ; ຂະແໜງວັດທະນະທໍາ-ສັງຄົມ ໂຮມກັບ ຂະແໜງບັນດາເຜົ່າ ເປັນ ຂະແໜງວັດທະນະທໍາ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ; ຂະແໜງວຽກງານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ໂຮມກັບ ຂະແໜງຄົ້ນຄວ້າ-ສັງລວມ ແລະ ຂໍ້ ມູນ-ຂ່າວສານ ເປັນຂະແໜງຄົ້ນຄວ້າ-ສັງລວມ ແລະ ຂໍ້ ມູນ-ຂ່າວສານ. ຜ່ານມະຕິຂອງຄະນະປະຈຳສະພາປະຊາຊົນແຂວງ ສະບັບເລກທີ 06/ຄປຈ.ຊຍ, ລົງວັນທີ 30 ເມສາ 2026 ວ່າດ້ວຍການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂະແໜງການພາຍໃນສະພາປະຊາຊົນແຂວງ, ເຊິ່ງຍົກຍ້າຍ ແລະ ແຕ່ງຕັ້ງບຸກຄະລາກອນ ຕາມມະຕິ ເລກທີ 07 ຫາ ມະຕິ ເລກທີ 23 ຂອງຄະນະປະຈໍາສະພາປະຊາຊົນແຂວງ ໃນນີ້, ໄດ້ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ກໍ ເຮີທໍ່ ຫົວໜ້າຂະແໜງວຽກງານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ເປັນຫົວໜ້າຂະແໜງ ຄົ້ນຄວ້າ-ສັງລວມ ແລະ ຂໍ້ມູນຂ່າວສານ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ວິລະກອນ ພັນຫຼ້າ ຫົວໜ້າຂະແໜງ ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເປັນຫົວໜ້າຂະແໜງເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ; ແຕ່ງຕັ້ງ ທ່ານ ສີວັນ ກັນແສງວິໄລ ຮອງຫົວໜ້າຂະແໜງບໍລິຫານ ແລະ ການເງິນ ເປັນຫົວໜ້າຂະແໜງບໍລິຫານ ແລະ ການເງິນ; ແຕ່ງຕັ້ງ ທ່ານ ຈັນທະຄອນ ພັນທະວົງ ຮອງຫົວໜ້າຂະແໜງ ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເປັນຫົວໜ້າຂະແໜງວັດທະນະທໍາ-ສັງຄົມ, ບັນດາເຜ່ົາ ແລະ ສາສະໜາ; ແຕ່ງຕັ້ງ ທ່ານ ທອງຄູນ ວິໄລວັນ ຮອງຫົວໜ້າຂະແໜງ ນິຕິກໍາ ແລະ ຍຸຕິທໍາ ເປັນຫົວໜ້າຂະແໜງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທໍາ; ຍົກຍ້າຍ ທ່ານ ນີ່ຕູ່ ປະສິດທິພົງ ຮອງຫົວໜ້າຂະແໜງຄົ້ນຄວ້າ, ສັງລວມ ແລະ ຂໍ້ມູນຂ່າວສານ ເປັນຮອງຂະແໜງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທໍາ; ຍົກຍ້າຍ ທ່ານ ຄອນ ສິມມາລາວົງ ຮອງຫົວໜ້າຂະແໜງວັດທະນະທໍາ-ສັງຄົມ ເປັນຮອງຫົວໜ້າຂະແໜງເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ; ຍົກຍ້າຍ ທ່ານ ນາງ ອຸມາພອນ ຈັນທະຄູນ ຮອງຫົວໜ້າຂະແໜງບັນດາເຜົ່າ ເປັນຮອງຫົວໜ້າຂະແໜງຈັດຕັ້ງ ແລະ ກວດກາ; ແຕ່ງຕັ້ງ ທ່ານ ບົວແຊງ ຍອຍສາຍຄໍາ ວິຊາການຂະແໜງວຽກງານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ເປັນຮອງຫົວໜ້າຂະແໜງຈັດຕັ້ງ ແລະ ກວດກາ; ແຕ່ງຕັ້ງ ທ່ານ ອ້ອຍ ຈຶ່ງຄູນພັນ ວິຊາການຂະແໜງບັນດາເຜົ່າ ເປັນຮອງຫົວໜ້າຂະແໜງວັດທະນະທໍາ-ສັງຄົມ, ບັນດາເຜ່ົາ ແລະ ສາສະໜາ; ແຕ່ງຕັ້ງ ທ່ານ ນາງ ໄມຕີຈິດ ວິໄລສີ ວິຊາການຂະແໜງບໍລິຫານ ແລະ ການເງິນ ເປັນຮອງຫົວໜ້າຂະແໜງວັດທະນະທໍາ-ສັງຄົມ, ບັນດາເຜ່ົາ ແລະ ສາສະໜາ; ແຕ່ງຕັ້ງ ທ່ານ ອິນທີ ຂຽວສີຟ້າ ວິຊການຂະແໜງຄົ້ນຄວ້າ-ສັງລວມ ແລະ ຂໍ້ມູນຂ່າວສານເປັນຮອງຫົວໜ້າຂະແໜງຄົ້ນຄວ້າ-ສັງ ລວມ ແລະ ຂໍ້ມູນຂ່າວສານ; ແຕ່ງຕັ້ງ ທ່ານ ຄໍາພົດ ທໍາມະລັງກາ ວິຊການຂະແໜງຄົ້ນຄວ້າ-ສັງລວມ ແລະ ຂໍ້ມູນຂ່າວ ສານ ເປັນຮອງຫົວໜ້າຂະແໜງຄົ້ນຄວ້າ-ສັງລວມ ແລະ ຂໍ້ມູນຂ່າວສານ; ແຕ່ງຕັ້ງ ທ່ານ ອານຸລັກ ໄຊສົງຄາມ ວິຊາການຂະ ແໜງບັນດາເຜົ່າ ເປັນຮອງຫົວໜ້າຂະແໜງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແລະ ຍຸຕິທໍາ; ແຕ່ງຕັ້ງ ທ່ານ ວິລະນິດ ພົມມະຈິດ ວິຊາການຂະແໜງແຜນການ, ການເງິນ ແລະ ການ ກວດສອບ ເປັນຮອງຫົວໜ້າຂະແໜງບໍລິຫານ ແລະ ການເງິນ; ແຕ່ງຕັ້ງ ທ່ານ ສິດທິໄຊ ພົມສີ ວິຊາການ ຂະແໜງເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເປັນຮອງຫົວໜ້າຂະແໜງເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ. ນອກນັ້ນ, ພິທີໃນຄັ້ງນີ້ ຍັງໄດ້ຍົກຍ້າຍ ພະນັກງານ-ວິຊາການ 3 ທ່ານໄປປະຈໍາການຢູ່ຂະແໜງການໃໝ່ ເຊິ່ງໄດ້ ຍົກຍ້າຍ ທ່ານ ນາງ ລັດດາພອນ ພຸດທະວົງ ວິຊາການຂະແໜງວັດທະນະທໍາ-ສັງຄົມ ໄປຮັບໜ້າທີ່ໃໝ່ຢູ່ຂະແໜງບໍລິຫານ-ການເງິນ; ຍົກຍ້າຍ ທ່ານ ວົງໄຊ ວໍລະບຸດ ວິຊາການຂະແໜງ ປກຊ-ປກສ ໄປຮັບໜ້າທີ່ໃໝ່ຢູ່ຂະແໜງວັດທະນະທໍາ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ; ຍົກຍ້າຍ ທ່ານ ໂອໂນ່ ຍົງວົງສິດທິ ວິຊາການຂະແໜງບໍລິຫານ ແລະ ການເງິນ ໄປຮັບໜ້າທີ່ໃໝ່ຢູ່ຂະແໜງເສດຖະກິດ,ການ ເງິນ ແລະ ສິ່ງແວດລ້ອມ.
ໃນຕອນທ້າຍພິທີ ທ່ານ ກາວີ ເກດດົມລິ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ໄດ້ມີບາງຄໍາຄິດຄໍາເຫັນໂອ້ລົມ ຕໍ່ບັນດາທ່ານທີ່ໄດ້ຍົກຍ້າຍ, ແຕ່ງຕັ້ງ ຮັບໜ້າທີ່ໃໝ່ຄັ້ງນີ້ຕ້ອງໃຫ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃນທຸກດ້ານ, ດ້ານຄຸນທາດການເມືອງ, ດ້ານຄຸນສົມບັດສິນທໍາປະຕິວັດ, ຄວາມ ຮັບຜິດຊອບໜ້າທີ່ການເມືອງ, ແບບແຜນວິທີເຮັດວຽກ, ແບບ ແຜນການລົງຊີວິດ, ເສີມຂະຫຍາຍຄວາມເປັນແບບຢ່າງ ໃນທຸກດ້ານໃຫ້ແກ່ມະຫາຊົນ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ພາຍໃນຄະນະ, ພາຍໃນໝູ່ພະນັກງານ ແລະ ປະຊາຊົນບັນດາເຜົ່າ. ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນ, ມີຫົວຄິດປະດິດສ້າງ, ມັກຄົ້ນຄວ້າ, ມີຄວາມກ້າຫານ, ເຮັດໄປແລ້ວປະຊາຊົນໄດ້ຮັບຜົນປະໂຫຍດສູງສຸດ ຕ້ອງກ້າເຮັດ, ກ້າຮັບຜິດຊອບ, ເຮັດໃຫ້ມີປັດໃຈໃໝ່, ມີອັນພົ້ນເດັ່ນເກີດຂຶ້ນ ແລະ ເສີມຂະຫຍາຍດ້ານຕັ້ັ້ງໜ້າຂຶ້ນໄປເລືື້ອຍໆ.
ພາບ-ຂ່າວ: ສພຂ