ກອງປະຊຸມຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ຮ່ວມກັບບັນດາພະແນກການ. .........................** .........................

03/08/2026

ກອງປະຊຸມຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ຮ່ວມກັບບັນດາພະແນກການ.         .........................** .........................

(ສພຂ) - ກອງປະຊຸມຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ຮ່ວມກັບບັນດາພະແນກການ.ໄດ້ຈັດຂຶ້ນໃຕອນເຊົ້າຂອງວັນທີ 30 ກໍລະກົດ 2026 ຢູ່ທີ່ຫ້ອງປະຊຸມ ສະພາປະຊາ ຊົນແຂວງ (ສພຂ) ໂດຍການເປັນປະທານຂອງ ທ່ານ ນາງ ວັນນາ ພົມວິສອນ ກຳມະການພັກແຂວງ, ປະທານຄະນະ ກໍາມະການວັດທະນະທໍາ-ສັງຄົມແລະ ຊົນເຜົ່າ, ມີບັນດາທ່ານ, ຮອງປະທານຄະນະກຳມະການ, ຫົວໜ້າ - ຮອງຫົວໜ້າພະ ແນກການ ຕະຫຼອດຮອດວິຊາການ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ນາງ ວັນນາ ພົມວິສອນ ໄດ້ສະເໜີຈຸດປະສົງ ແລະ ມີຄຳເຫັນເຈາະຈີ້ມຕໍ່ກອງປະຊຸມ ເພື່ອເປັນທິດທາງໃຫ້ບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ຄົ້ນຄວ້າ ແລະ ລາຍງານຕາມສະພາບຄວາມເປັນຈິງ ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານ ຕາມຄຳເຈາະຈີ້ມຈາກ 5 ພາກສ່ວນສຳຄັນຄື: ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກສາທາລະນະສຸກແຂວງ, ພະແນກວັດທະນະ ທໍາ ແລະ ທ່ອງທຽ່ວແຂວງ, ພະແນກແຮງງານ ແລະ ສະຫວັດ ດີການ-ສັງຄົມແຂວງ ແລະ ໜ່ວມຄຸ້ມຄອງຍົກຍ້າຍຈັດສັນເຂື່ອນໄຟຟ້ານໍ້າຂອງ ຈຸດປາກແບງ ແລະ ຈຸດປາກລາຍ. ຫຼັງຈາກຮັບຟັງການລາຍງານ, ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປ-ກົງມາ, ເພື່ອເປັນການປຶກສາຫາລືກະກຽມຄວາມພ້ອມໃນການລົງຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຂອງສອງໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງຈຸດປາກແບງ ແລະ ຈຸດປາກລາຍ ທັງເປັນການຕິດຕາມກວດກາບັນດາມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ IV ໃຫ້ໄດ້ຮັບຜົນສໍາເລັດ, ຕະຫຼອດຮອດການທົບທວນລະບຽບກົດໝາຍທີ່ກ່ຽວຂ້ອງ ເພື່ອຊອກຫາວິທີການ ແລະ ມາດຕະການແກ້ໄຂໃຫ້ມີຄວາມຖືກຕ້ອງ, ຍຸຕິທຳ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ.
ໃນຕອນທ້າຍຂອງກອງປະຊຸມ ປະທານກອງປະຊຸມ ໄດ້ມີທິດຊີ້ນຳ ແລະ ໄດ້ເນັ້ນໃຫ້ບັນດາພະແນກການທີ່ກ່ຽວຂ້ອງ ເອົາໃຈໃສ່ປະສານສົມທົບກັນຢ່າງກົມກຽວ, ສືບຕໍ່ຕິດຕາມ, ກວດກາ ແລະ ເກັບກຳຂໍ້ມູນໃຫ້ລະອຽດຈະແຈ້ງ ເພື່ອສະເໜີທາງອອກທີ່ເປັນທຳ ແລະ ເປັນປະໂຫຍດສູງສຸດໃຫ້ແກ່ປະຊາຊົນ ກໍຄືການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊຍະບູລີ ໃຫ້ມີຄວາມຍືນຍົງ.
#ພາບ-ຂ່າວ: ສພຂ ໄຊຍະບູລີ.