ສະພາປະຊາຊົນແຂວງໄຊຍະບູລີ ຄົ້ນຄວ້າປຶກສາຫາລື ຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ກ່ຽວກັບການຊື້-ຂາຍຢາງພາລາ. .........................****** .........................

03/08/2026

ສະພາປະຊາຊົນແຂວງໄຊຍະບູລີ ຄົ້ນຄວ້າປຶກສາຫາລື ຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ກ່ຽວກັບການຊື້-ຂາຍຢາງພາລາ.    .........................****** .........................

(ສພຂ) - ກອງປະຊຸມຄົ້ນຄວ້າປຶກສາຫາລື ຄຳຮ້ອງຂໍຄວາມ ເປັນທຳຂອງປະຊາຊົນ ກ່ຽວກັບການຊື້-ຂາຍຢາງພາລາ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2026 ຢູ່ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງ (ສພຂ) ໂດຍການເປັນປະທານຂອງ ທ່ານ ກາວີ ເກດດົມລິ ກຳມະການພັກແຂວງ, ຮອງປະ ທານ ສະພາປະຊາຊົນແຂວງ, ປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະງົບ, ກົດໝາຍ ແລະ ຍຸຕິທຳ, ມີບັນດາທ່ານ ກຳມະການຄະນະປະຈຳ ສະພາປະຊາຊົນແຂວງ, ປະທານ-ຮອງປະທານຄະນະກຳມະການ, ຫົວໜ້າ - ຮອງຫົວ ໜ້າພະແນກການ ຕະຫຼອດຮອດວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ກາວີ ເກດດົມລິ ໄດ້ສະເໜີຈຸດປະສົງ ແລະ ມີຄຳເຫັນເຈາະຈີ້ມຕໍ່ກອງປະຊຸມ ເພື່ອເປັນທິດທາງໃຫ້ບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ຄົ້ນຄວ້າ ແລະ ລາຍງານຕາມສະພາບຄວາມເປັນຈິງ ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານ ຕາມຄຳເຈາະຈີ້ມຈາກ 4 ພາກສ່ວນສຳຄັນຄື: ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ; ພະແນກອຸດສາຫະກຳ ແລະ ການຄ້າແຂວງ; ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ; ພະແນກການເງິນແຂວງ.
ຫຼັງຈາກຮັບຟັງການລາຍງານ, ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປ-ກົງມາ, ເປັນຕົ້ນແມ່ນການວິເຄາະ-ວິໄຈ ສາເຫດຂອງຂໍ້ຂັດແຍ່ງ, ກົນໄກການກຳນົດລາຄາຊື້-ຂາຍ, ການປະຕິບັດສັນຍາລະຫວ່າງຜູ້ປະກອບການ ແລະ ປະຊາຊົນ, ຕະຫຼອດຮອດການທົບທວນລະບຽບກົດໝາຍທີ່ກ່ຽວຂ້ອງ ເພື່ອຊອກຫາວິທີການ ແລະ ມາດຕະການແກ້ໄຂໃຫ້ມີຄວາມຖືກຕ້ອງ, ຍຸຕິທຳ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ກາວີ ເກດດົມລິ ປະທານກອງປະຊຸມ ໄດ້ມີທິດຊີ້ນຳ ແລະ ໄດ້ເນັ້ນໃຫ້ບັນດາພະແນກການທີ່ກ່ຽວຂ້ອງ ເອົາໃຈໃສ່ປະສານສົມທົບກັນຢ່າງກົມກຽວ, ສືບຕໍ່ຕິດຕາມ, ກວດກາ ແລະ ເກັບກຳຂໍ້ມູນໃຫ້ລະອຽດຈະແຈ້ງ ເພື່ອສະເໜີທາງອອກທີ່ເປັນທຳ ແລະ ເປັນປະໂຫຍດສູງສຸດໃຫ້ແກ່ປະຊາຊົນ ກໍຄືການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊຍະບູລີ ໃຫ້ມີຄວາມຍືນຍົງ.
#ພາບ-ຂ່າວ: ສພຂ ໄຊຍະບູລີ.