ສະພາປະຊາຊົນແຂວງໄຊຍະບູລີ (ສພຂ) ຈັດພິທີປະກາດພະນັກງານນໍາພາ-ຄຸ້ມຄອງ ອອກພັກການ - ຮັບອຸດໜູນບໍານານ.
28/07/2026
ໃນຕອນເຊົ້າຂອງ ວັນທີ 27 ກໍລະກົດ 2026, ສະພາປະຊາຊົນແຂວງ (ສພຂ) ໄດ້ຈັດພິທີປະກາດພະນັກງານນໍາພາ - ຄຸ້ມຄອງ ອອກພັກການ - ຮັບອຸດໜູນບໍານານ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການແຂວງ ໂດຍໃຫ້ກຽດເປັນປະທານຂອງທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ເຂົ້າຮ່ວມໃນພິທີມີ ກໍາມະການຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ກໍາມະການຄະນະປະຈໍາ ສະພາປະຊາຊົນແຂວງ, ຫົວໜ້າ - ຮອງຫົວໜ້າພະແນກ, ອົງການ, ກົມກອງ, ປະທານ - ຮອງປະທານຄະນະກໍາມະການ, ຄະນະຫ້ອງວ່າການ ສະພາປະຊາ ຊົນແຂວງ, ຫົວໜ້າ - ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກ ງານ - ວິຊາການ ພາຍໃນ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ພອນສະຫວັນ ໄຊສົມພັນ ກຳມະການຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳ ສະພາປະຊາຊົນແຂວງ ແລະ ຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງໄຊຍະບູລີ ວ່າດ້ວຍການອະນຸມັດໃຫ້ພະນັກງານ - ລັດຖະກອນ ອອກພັກການ - ຮັບອຸດໜູນບຳນານ ໂດຍມີພະນັກງານນໍາພາ - ຄຸ້ມຄອງ ທີ່ໄດ້ຮັບອະນຸມັດອອກຮັບອຸດໜູນບຳນານ ທັງໝົດ 4 ທ່ານ ດັ່ງນີ້: ທ່ານ ບຸນລ້ວນ ຊົມສີຫາປັນຍາ, ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຊຸດທີ IV (ອາຍຸການ 31 ປີ); ທ່ານ ຈັດຕະວາ ແກ້ວຄໍາເພັດ, ປະທານຄະນະກຳມະການເສດຖະ ກິດ, ແຜນການ-ການເງິນ ສະພາປະຊາຊົນແຂວງ ຊຸດທີ IV (ອາຍຸການ 27 ປີ); ທ່ານ ບຸນໄທ ສີເທບ, ປະທານຄະນະກຳມະ ການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງ ຊຸດທີ IV (ອາຍຸການ 44 ປີ); ທ່ານ ນາງ ທອງແຖວ ສີແສງທອງ, ຮອງປະທານຄະນະກຳມະການເສດຖະກິດ, ແຜນການ-ການເງິນ ສະພາປະຊາຊົນແຂວງ ຊຸດທີ IV (ອາຍຸການ 31 ປີ).
ໂອກາດອັນສະຫງ່າລາສີນີ້, ທ່ານ ເພັງນິລັນ ຄຳພັນເພັງ ໄດ້ໃຫ້ກຽດໂອ້ລົມ ແລະ ມອບຂໍ້ຕົກລົງ, ກະຕ່າດອກໄມ້ ແລະ ຂອງຂວັນທີ່ລະນຶກ ໃຫ້ແກ່ບັນດາທ່ານທີ່ອອກພັກການ-ຮັບອຸດໜູນບຳນານ, ທ່ານໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍ ແລະ ຂອບໃຈຢ່າງສຸດຊຶ້ງ ຕໍ່ຜົນງານ, ຄຸນງາມຄວາມດີ, ຄວາມທຸ່ມເທເຫື່ອແຮງ ແລະ ສະຕິປັນຍາ ທີ່ບັນດາທ່ານໄດ້ປະກອບສ່ວນເຂົ້າໃນການຊີ້ນໍາ - ນໍາພາ ແລະ ປະຕິບັດໜ້າທີ່ການເມືອງ ຮັບໃຊ້ອົງການຈັດຕັ້ງພັກ - ລັດ ແລະ ປະຊາຊົນບັນດາເຜົ່າ ຕະຫຼອດໄລຍະເວລາຫຼາຍສິບປີທີ່ຜ່ານມາ ພ້ອມນີ້ ທ່ານຍັງໄດ້ອວຍພອນໃຫ້ທຸກທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ສືບຕໍ່ໃຫ້ຄໍາຄິດ - ຄໍາເຫັນ, ບົດຮຽນອັນປະເສີດ ເພື່ອພັດທະນາສະພາປະຊາຊົນແຂວງ ໃຫ້ຈະເລີນກ້າວໜ້າຕໍ່ໄປ ອີກດ້ວຍ.
#ພາບ-ຂ່າວ: ສພຂ ໄຊຍະບູລີ.

