ສພຂ ຈັດພິທີໂຄສະນາໃຫ້ຄວາມຮູ້ພື້ນຖານ ແລະ ປຸກລະດົມບໍລິຈາກເລືອດແບບສະໝັກໃຈ. ..............................******.................................

23/07/2026

ສພຂ ຈັດພິທີໂຄສະນາໃຫ້ຄວາມຮູ້ພື້ນຖານ ແລະ ປຸກລະດົມບໍລິຈາກເລືອດແບບສະໝັກໃຈ.  ..............................******.................................

ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2026 ນີ້, ຢູ່ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງ (ສພຂ), ໄດ້ມີການຈັດພິທີໂຄສະນາໃຫ້ຄວາມຮູ້ພື້ນຖານ ແລະ ປຸກລະດົມບໍລິຈາກເລືອດແບບສະໝັກໃຈ ໂດຍບໍ່ຮຽກຮ້ອງສິ່ງຕອບແທນ, ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍການເປັນປະທານຮ່ວມຂອງທ່ານ ນາງ ບົວຄຳ ສີສະວົງຊົງ ຮອງປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຂ ແລະ ທ່ານ ດຣ ສະໝັກ ຄຳພູມີ ຮອງຫົວ ໜ້າອົງການກາແດງແຂວງ ເຂົ້າຮ່ວມໃນພິທີຄັ້ງນີ້ ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ ວິຊາ ການພາຍໃນ ສພຂ ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 7 ທ່ານ;
ຈຸດປະສົງຂອງການຈັດພິທີໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຄວາມສໍາຄັນຂອງການບໍລິຈາກເລືອດ, ພ້ອມທັງເປັນການປຸກລະດົມນ້ຳໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນສັງຄົມ ໂດຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ເພື່ອສຳຮອງໄວ້ຊ່ວຍເຫຼືອຜູ້ປ່ວຍທີ່ຕ້ອງການເລືອດສຸກເສີນ. ຕະຫຼອດການດໍາເນີນພິທີ ຜູ້ເຂົ້າຮ່ວມໄດ້ໃຫ້ຄວາມສົນໃຈ ແລະ ຮັບຟັງການບັນຍາຍຢ່າງຕັ້ງອົກຕັ້ງໃຈ, ເຊິ່ງບັນຍາກາດເປັນໄປຢ່າງຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ.
#ພາບ-ຂ່າວ: ສພຂ ໄຊຍະບູລີ.