ພິທີມອບ-ຮັບ ຄອມພິວເຕີ ຢູ່ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງໄຊຍະບູລີ

23/07/2026

ພິທີມອບ-ຮັບ ຄອມພິວເຕີ ຢູ່ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງໄຊຍະບູລີ

ໃນຕອນເຊົ້າຂອງວັນທີ 22 ກໍລະກົດ 2026 ນີ້, ຢູ່ທີ່ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ຄອມພິວເຕີ ຂຶ້ນໂດຍການໃຫ້ກຽດເຂົ້າຮ່ວມ ແລະ ກ່າວມອບໂດຍ ທ່ານ ຄຳໄຊ ເລົ່າລືເຕຊາ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມ ຄອງການລົງທຶນແຂວງໄຊຍະບູລີ ແລະ ກ່າວຮັບໂດຍ ທ່ານ ເສັງວິໄລ ສົງ ຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ (ສພຂ) ພ້ອມດ້ວຍບັນດາຄະນະຮັບຜິດຊອບພະນັກງານ-ລັດ ຖະກອນ ຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ອຸປະກອນທີ່ນໍາມາມອບໃນຄັ້ງນີ້ ເປັນຄອມພິວເຕີ ຈຳນວນ 1 ເຄື່ອງ, ມູນຄ່າ 11.599.000 ກີບ ເພື່ອຮັບໃຊ້ເຂົ້າໃນວຽກ ງານປະຈຳວັນ ແລະ ເພີ່ມປະສິດທິພາບໃນການເຄື່ອນໄຫວວຽກງານວິຊາສະເພາະຂອງຫ້ອງວ່າການ ສພຂ ໃຫ້ມີຄວາມ ສະດວກ, ວ່ອງໄວ ແລະ ທັນສະໄໝຍິ່ງຂຶ້ນ.

ໃນຕອນທ້າຍຂອງພິທີ ທ່ານ ເສັງວິໄລ ສົງ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການຊ່ວຍເຫຼືອໃນຄັ້ງນີ້, ພ້ອມທັງຢືນຢັນວ່າຈະນໍາໃຊ້ອຸປະກອນດັ່ງກ່າວເຂົ້າໃນວຽກງານວິຊາສະເພາະໃຫ້ເກີດປະໂຫຍດສຸງສຸດ ແລະ ຄຸ້ມຄອງຮັກສາໃຫ້ສາມາດນໍາໃຊ້ໄດ້ຍາວນານ.