ໜ່ວຍຮາກຖານສະຫະພັນແມ່ຍິງ ສະພາປະຊາຊົນແຂວງ ຈັດຕັ້ງເຊື່ອມຊຶມນິຕິກຳກ່ຽວກັບສະມາຊິກສະພາປະຊາຊົນ (ສສ) ເພດຍິງ ແລະ ເອກະສານວັນສຳຄັນຂອງຊາດ. ................................*****....................................
20/07/2026
ໃນຕອນບ່າຍຂອງວັນທີ 16 ກໍລະກົດ 2026 ນີ້, ໜ່ວຍຮາກຖານສະຫະພັນແມ່ຍິງ ສະພາປະຊາຊົນແຂວງ (ສພຂ) ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່, ເຊື່ອມຊຶມນິຕິກຳກ່ຽວກັບສະມາ ຊິກສະພາປະຊາຊົນ (ສສ) ເພດຍິງ ແລະ ເອກະສານວັນສຳຄັນຕ່າງໆຂອງຊາດ, ຂອງພັກ ຂຶ້ນຢ່າງເປັນທາງການ.
ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ສະຫາຍ ນາງ ວັນນາ ພົມວິສອນ ກຳມະການຄະນະປະຈຳ ສພຂ, ຮອງເລຂາໜ່ວຍພັກ ສພຂ, ທັງເປັນປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຂ; ມີບັນດາສະຫາຍ ສະມາຊິກສະຫະພັນແມ່ຍິງ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດກອງປະຊຸມເຊື່ອມຊຶມໃນຄັ້ງນີ້ ມີຈຸດປະສົງເພື່ອແນໃສ່ຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃຫ້ແກ່ສະມາ ຊິກສະຫະພັນແມ່ຍິງ ກໍຄືພະນັກງານ-ລັດຖະກອນ ຕໍ່ກັບບົດບາດ, ໜ້າທີ່ ທີ່ພົວພັນເຖິງການຊຸກຍູ້, ສົ່ງເສີມບົດບາດຍິງ-ຊາຍ ເວົ້າລວມ, ເວົ້າສະເພາະແມ່ນການສະໜັບສະໜູນ ແລະ ພັດທະນາຂີດຄວາມສາມາດຂອງ ສະມາຊິກສະພາປະຊາຊົນ (ສສ) ເພດຍິງ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີປະສິດທິຜົນ ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ເອກະສານມູນເຊື້ອວັນສຳຄັນຕ່າງໆ ຂອງພັກ ແລະ ຂອງຊາດ ເພື່ອສ້າງຄວາມສາມັກຄີຮັກຊາດ, ຄຸນສົມບັດສິນທຳປະຕິວັດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.
ໃນໂອກາດນີ້, ສະຫາຍ ນາງ ວັນນາ ພົມວິສອນ ກໍໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ສະມາຊິກສະຫະພັນແມ່ຍິງທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ກຳແໜ້ນເນື້ອໃນຈິດໃຈຂອງນິຕິກຳ ຢ່າງເລິກເຊິ່ງ ແລະ ນຳໄປຈັດຕັ້ງຜັນຂະ ຫຍາຍເຂົ້າໃນການປະຕິບັດວຽກງານຕົວຈິງ ໃຫ້ເກີດດອກອອກຜົນ, ເພື່ອສ້າງຂະບວນການຂອງໜ່ວຍຮາກຖານສະຫະພັນ ແມ່ຍິງ ສະພາປະຊາຊົນແຂວງ ໃຫ້ມີຄວາມຟົດຟື້ນ ແລະ ເຂັ້ມ ແຂງຮອບດ້ານໃນຕໍ່ໜ້າ.
#ພາບ-ຂ່າວ: ສພຂ ໄຊຍະບູລີ.

